About Us ກ່ຽວກັບເຮົາ

ພວກເຮົາເປັນສູນການສຶກສາສ້າງຕັ້ງຂຶ້ນໃນປີ 2018 ທີ່ໃຫ້ບໍລິການດ້ານການເຝິກອົບຮົມພາສາຕ່າງປະເທດໃຫ້ແກ່ຄົນລາວ ໂດຍເນັ້ນໃສ່ພາສາຈີນເປັນຫຼັກ ແລະ ການເຝິກອົບຮົມພາສາລາວໃຫ້ແກ່ຄົນຕ່າງຊາດ . ນອກນັ້ນທາງເຮົາຮັບໃຫ້ຄຳປຶກສາໃຫ້ກັບພໍ່ແມ່ນັກຮຽນ ແລະ ນ້ອງໆນັກຮຽນທີ່ສົນໃຈໄປຮຽນຕໍ່ຕ່າງປະເທດໂດຍສະເພາະ ປະເທດຈີນ ຕັ້ງແຕ່ລະດັບມັດທະຍົມປາຍຂຶ້ນໄປຮອດລະດັບປະລິນຍາຕີ, ໂທ ແລະ ເອກ ໃນລະບົບຈ່າຍເອງ (self-support) ແລະ ລະບົບໄດ້ທຶນການສຶກສາ (schorlarship). ທາງເຮົາຈະໃຫ້ຄຳປຶກສາທີ່ເປັນປະໂຫຍດ ແລະ ເຫມາະສົມແກ່ນັກຮຽນທຸກຄົນ ເພື່ອຕອບສະຫນອງຄວາມຕ້ອງການໃຫ້ແກ່ຜູ້ຮຽນ ແລະ ເພື່ອປະສິດຕິພາບທີ່ດີກວ່າ. ເຊິ່ງທາງເຮົາໄດ້ສົ່ງນັກຮຽນໄປຍັງມະຫາໄລຊັ້ນນຳຫລາຍກວ່າ 70 ແຫ່ງ ແລະ ຍັງມີມະຫາໄລອື່ນໆອີກທົ່ວປະເທດຈີນ.

Product Course ຄອສຮຽນ

Recommendation Course ຄອສຮຽນແນະນຳ

₭78420

B-Abroad ເປັນໜື່ງໃນຜະລິດຕະພັນຂອງ B-YOU Education Center 

₭78406

ຫຼັກສູດ New Silk Road Business Chinese (新丝路商务汉语) ເປັນຫຼັກສູດທີ່ອອກແບບມາຕອບສະໜອ…

₭78410

ຫຼັກສູດ HSK ເປັນຫຼັກສູດທີ່ເໝາະສຳລັບນັກຮຽນຕັ້ງແຕ່ 13 ປີຂຶ້ນໄປ ແລະ ຕັ້ງແຕ່ຄົນທີ່ບໍ່ມີພື້ນຖານພາສາຈີນມາກ່ອນ…

Tutor Profile ອາຈານ

Teachers & Tutor

ມີຄວາມຊ່ຽວຊານດ້ານພາສາຈີນ.ເປັນຄູສອນພາສາຈີນທີ່ດີເລີດມີປະສົບການດ້ານການສຶກສາດ້ານພາສາທີ່ອຸດົມສົມບູນ, ແລະໄດ້ສ້າງຮູບແບບການສອນທີ່ມີເອກະລັກສະເພາະດ້ວຍວິທີການສອນແບບນິຍາຍ

Teacher & Tutor

ຮຽນການສອນພາສາຈີນ ສຳຫລັບຄົນຕ່າງປະເທດ. ຂໍ້ທະນັດ: ສອນແບບເຂົ້າໃຈງ່າຍ ໃຊ້ເທັກນິກການສອນໃຫ້ເຂົ້າກັບນັກຮຽນມີກິດຈະກຳໃຫ້ນັກຮຽນມີຄວາມສຸກກັບການຮຽນພາສາຈີນ

Teacher & Tutor

ເປັນອາຈານທີ່ມີທັກສະການສອນທີ່ດີເລີດ, ກາລັນຕີຄຸນນະພາບຈາກການຈົບ ປໂທ ສາຍ ຄູສອນພາສາຈີນ ຈາກມະຫາໄລສ້າງຄູຢູນນານ ແລະ ມີປະສົບການສອນຫຼາຍກວ່າ 8 ປີ

Teacher & Tutor

ອີກໜຶ່ງອາຈານທີ່ມີຈຸດເດັ່ນໃນການສອນທີ່ນັກຮຽນຫຼາຍຄົນກໍຕ່າງຍ້ອງຍໍ ແລະ ມັກໃນການສອນຂອງອາຈານເພິ່ນ, ດ້ວຍປະສົບການສອນພາສາມາຫຼາຍປີເຮັດໃຫ້ນັກຮຽນທີ່ຈົບການສອນຂອງອາຈານແຮັປປີ້ລ້ວນແຕ່ມີຄຸນນະພາບ.