ເປັນອາຈານສອນຜູ້ທີ່ມີປະສົບການຫຼາກຫຼາຍ, ປະລິນຍາຕີໄດ້ຮັບວຸດທິໃນສອງພາກວິຊາ ກໍຄື:ພາກວິຊາພາສາຣັດເຊຍ(GPA 3.70) ແລະ ພາກວິຊາການຄ້າສາກົນ(GPA 3.50) , ປະລິນຍາໂທແມ່ນສຶກສາຢູ່ມະຫາວິທະຍາໄລລອນດອນປະເທດອັງກິດ ພາກວິຊາ ການຄົ້ນຄວ້າອາຊີອາຄະເນ.
About me
ອາຈານຢີນຮາງໄດ້ໃຊ້ຊີວິດຢູ່ປະເທດລາວເປັນເວລາຫຼາຍກວ່າ 6 ປີ,
ຈຸດພິເສດໃນການສອນແມ່ນຈະເນັ້ນດ້ານການນຳໃຊ້ ແລະ ການສື່ສານຂອງພາສາ, ການຮຽນການສອນແມ່ນຄວບຄູ່ໄປພ້ອມໆກັນກັບການສົນທະນາ ການເຝິກຫັດ ແລະ ນຳໃຊ້ຕົວຈິງ, ເນັ້ນການສື່ສານໃຫ້ນັກຮຽນສາມາດເຂົ້າໃຈຄວາມຮູ້ໄດ້ງ່າຍຂຶ້ນ. ໂດຍໄດ້ປະສົມປະສານຮູບແບບວິທີການສອນແບບພາກຕາເວັນຕົກ, ກະຕຸ້ນໃຫ້ນັກຮຽນມີການຄົ້ນຄິດໄປພ້ອມໆກັນໃນລະຫວ່າງການຮຽນ, ບໍ່ພຽງແຕ່ເປັນການຮຽນເອົາຄວາມຮູ້ພາສາຈີນ, ຍິ່ງໄປກວ່ານັ້ນ ຍັງໄດ້ການຮຽນຮູ້ເຂົ້າໃຈວັດທະນະທຳຂອງປະເທດຈີນ ບໍ່ວ່າໃນດ້ານການພົວພັນທຸລະກິດ ຫຼື ໃນຊີວິດປະຈຳວັນທົ່ວໄປ
![](https://b-youeducationcenter.com/wp-content/uploads/2022/05/Screen-Shot-2565-06-08-at-23.48.03-720x1024.png)